ແຫຼ່ງມໍລະດົກໂລກທົ່ງໄຫຫີນ ແຫ່ງດິນແດນວິລະຊົນຊຽງຂວາງ




ຈາກປີ 2019 ທີ່ທົ່ງໄຫຫີນ ໄດ້ກາຍເປັນແຫຼ່ງມໍລະດົກໂລກຂອງອົງກອນອຸຍເນັດໂກແຫ່ງທີ 3 ຂອງປະເທດລາວ ຖັດຈາກເມືອງຫຼວງພະບາງ ແລະ ວັດພູຈຳປາສັກ ກໍຍິ່ງເພີ່ມຄວາມດຶງດູດນັກທ່ອງທ່ຽວທັງພາຍໃນແລະຕ່າງປະເທດມາຢ້ຽມຢາມຫຼາຍຂຶ້ນ ແລະ ມີຈຳນວນລົດລົງໃນຊ່ວງຕົ້ນປີ 2020 ເນື່ອງຈາກໂຣກລະບາດໂຄວິດຈົນມາປັດຈຸບັນ 


“ທົ່ງໄຫຫີນ” ເປັນຫີນທີ່ມີລັກສະນະເປັນຮູບຊົງຕັ້ງຢູ່ເປັນກຸ່ມ ປະກອບມີໄຫຫີນທັງໝົດ 1,325 ໜ່ວຍ ຕັ້ງລຽນຢັ່ງຢາຍສະຫງ່າງາມຢູ່ບໍລິເວນພື້ນທີ່ຕອນເໜືອຂອງສາຍພູຫຼວງ. ທົ່ງໄຫຫີນດັ່ງກ່າວ,ແຕ່ລະກຸ່ມຈະປະກອບມີຕັ້ງແຕ່ໜຶ່ງຮ້ອຍຫາສີ່ຮ້ອຍກວ່າໜ່ວຍ ສ່ວນຫຼາຍແມ່ນຕັ້ງຢູ່ຕາມຈຸດໂນນພູ, ເນີນພູ ແລະ ສັນພູ


ຕາມປະຫວັດສາດແລ້ວ, ພື້ນທີ່ບໍລິເວນທົ່ງໄຫຫີນນີ້ເຄີຍເປັນເສັ້ນທາງລຳລຽງທີ່ສະດວກສະບາຍສຳລັບການຄ້າ ເຊິ່ງເລີ່ມຕັ້ງແຕ່ອ່າວຕົງແກງຜ່ານເຂົ້າໄປແຜ່ນດິນໃຫຍ່ຂອງທະວີບອາຊີຕາເວັນອອກສ່ຽງໃຕ້ ຈົນກາຍເປັນສ່ວນໜຶ່ງຂອງເສັ້ນທາງການຄ້າທີ່ເຊື່ອມຕໍ່ລະຫວ່າງອະລິຍະທຳອັນເກົ່າແກ່ຂອງລາວ, ໄທ, ຫວຽດນາມ ກັບວັດທະນະທຳຕ່າງໆຈາກດິນແດນທີ່ຫ່າງໄກ


ອະລິຍະທຳດັ່ງກ່າວໄດ້ສ້າງໄຫຫີນ ແລະ ອານາຈັກພວນ ທີ່ຄັ້ງໜຶ່ງເຄີຍຈະເລີນຮຸ່ງເຮືອງຢູ່ເທິງທີ່ຕັ້ງຂອງທົ່ງໄຫຫີນແຫ່ງນີ້ ເຊິ່ງປັດຈຸບັນເປັນດິນແດນຂອງຊຽງຂວາງ ເຊິ່ງການກຳເນີດ ແລະ ສິ້ນສຸດຂອງບັນພະບຸລຸດຜູ້ທີ່ສ້າງທົ່ງໄຫຫີນນີ້ຍັງບໍ່ຮູ້ຢ່າງຊັດເຈນເທື່ອ ເຊິ່ງຄວາມຮຸ່ງເຮືອງຂອງອານາຈັກພວນນັ້ນກໍຖືກພວກຫໍ້ມາຮຸກຮານເອົາສິ່ງທີ່ມີຄ່າໄປໃນຕອນທ້າຍສະຕະວັດທີ 19





ຈາກການຄົ້ນຄວ້າຂອງທ່ານນາງ ມາເດີແລັງ ໂຄລານີ,​ ນັກທໍລະນີວິທະຍາ ແລະ ນັກບູຮານຄະດີຊາວຝຣັ່ງ ຜູ້ນຳພາການຄົ້ນຄວ້າດ້ານວິທະຍາສາດຄັ້ງທຳອິດໃນຊຸມປີ 1930 ເຊິ່ງທີມຄົ້ນຄວ້າໄດ້ສຶກສາຄົ້ນຄວ້າສິ່ງທີ່ຢູ່ພາຍໃນໄຫຫີນ ແລະ ຮ່ອງຮອຍຕ່າງໆບໍລິເວນອ້ອມແອ້ມໄຫຫີນ ເຮັດໃຫ້ລາວຄົ້ນພົບລູກບັດທີ່ເຮັດດ້ວຍແກ້ວ ແລະ ກະດູກຂອງມະນຸດ 


ລາວສຳຫຼວດເຫັນຖຳ້ແຫ່ງໜຶ່ງບໍລິເວນໃກ້ຄຽງ ແລະ ພົບຫຼັກຖານບູຮານຄະດີທີ່ເປັນຂໍ້ມູນທີ່ຊ່ວຍພິສູດສົມມຸດຖານຂອງລາວວ່າ ເປັນບ່ອນເຜົາສົບຄົນຕາຍ ເຊິ່ງລາວໄດ້ສັນນິຖານວ່າ ປະຊາຊົນໄດ້ນຳເອົາສົບຄົນຕາຍມາເຜົາຢູ່ຖຳ້ທີ່ໃກ້ທົ່ງໄຫຫີນແຫ່ງທີ 1 ແລະ ນຳເອົາອັດທິໄປບັນຈຸໄວ້ຢູ່ໃນ  ແລະ ອ້ອມແອ້ມໄຫຫີນ




ແລະ ການຄົ້ນຄວ້າໃນຍຸກປັດຈຸບັນ ເຊິ່ງໄດ້ດຳເນິີນການຄົ້ນຄວ້າມາຕັ້ງແຕ່ຕົ້ນປີ 1990 ກໍໄດ້ຢັ້ງຢືນວ່າສິ່ງທີ່ພົບເຫັນສອດຄ່ອງກັບທິດສະດີຂອງທ່ານນາງໂຄລານີ ຄືໄຫຫີນຖືກສ້າງຂຶ້ນມາ ເພື່ອເປັນສິ່ງບັນຈຸຊາກສົບຄົນຕາຍ


ການຄົ້ນຄວ້າໃນຊຸມປີທີ່ຜ່ານມານີ້ ໄດ້ໃຫ້ທັດສະນະວ່າ ໄຫຫີນດັ່ງກ່າວຂຶ້ນໃຊ້ເປັນສິ່ງບັນຈຸສົບຄົນຕາຍຈົນກວ່າຊາກສົບນັ້ນຈະເປື່ອຍແລະ ແຫ້ງ, ສ່ວນກະດູກຈະຖືກນຳໄປຝັງຢູ່ໃກ້ກັບບໍລິເວນໄຫຫີນນັ້ນ


ສ່ວນການຄົ້ນຄວ້າຂອງທ່ານນາງ ໂຄລານີ ກ່ຽວກັບກະດູກສົບທີ່ຖືກເຜົານັ້ນອາດເປັນການສັນນິຖານເຖິງການນຳໃຊ້ໄຫຫີນເປັນສ່ວນໜຶ່ງຂອງສຸສານຂອງຄົນໃນສະໄຫມນັ້ນ. ໄຫຫີນບາງໜ່ວຍມີຂະຫນາດ ແລະ ຊ່ອງຫວ່າງເປີດທີ່ນ້ອຍນັ້ນ ສັນນິຖານວ່າໃນຍຸກຕໍ່ມາອາດຈະຍ້ອນບໍ່ຈຳເປັນຕ້ອງບັນຈຸສົບຄົນຕາຍທັງໝົດໄວ້ໃນໄຫ ແຕ່ໃຊ້ສະເພາະບັນຈຸອັດທິຂອງຜູ້ຕາຍເທົ່ານັ້ນ



ແນວໃດກໍຕາມ ໃນໄລຍະຜ່ານມາ ເຖິງແມ່ນວ່າສະພາບແວດລ້ອມທາງທຳມະຊາດ ແລະ ສັດວາສິ່ງຈະເປັນສາເຫດໜຶ່ງທີ່ທຳລາຍ ຫຼື ເຮັດໃຫ້ໄຫຫີນແຕກຕ່າງຫັກບາງສ່ວນກໍຕາມ ແຕ່ໄຫຫີນໄດ້ຮັບຄວາມເສຍຫາຍຫຼາຍທີ່ສຸດແມ່ນໄລຍະການບຸກໂຈມຕີຂອງຫໍ້ ແລະ ໃນສົງຄາມອິນດູຈີນ ແຕ່ວ່າການຖືກປ່ອຍປະລະເລີຍ ໂດຍບໍ່ໄດ້ຮັບການເອົາໃຈໃສ່ຈາກພາກສ່ວນກ່ຽວຂ້ອງໃນໄລຍະຜ່ານມານັ້ນເປັນປັດໄຈສຳຄັນອັນໜຶ່ງທີ່ເປັນຄວາມສ່ຽງ ແລະ ໄດ້ທຳລາຍໄຫຫີນບາງສ່ວນ


ຄວາມສ່ຽງອີກອັນໜຶ່ງກໍຄືການນຳເອົາໄຫຫີນໄປໝູນໃຊ້ ຫຼື ນຳໃຊ້ພື້ນທີ່ບໍລິເວນທົ່ງໄຫຫີນ ທີ່ບໍ່ຖືກກົດໝາຍ ລວມໄປເຖິງການປະພຶດຕົວທີ່ບໍ່ເໝາະສົມຂອງນັກທ່ອງທ່ຽວກໍເປັນສາເຫດອັນສຳຄັນ


ນອກຈາກນັ້ນ, ໃນຫຼາຍປີທີ່ຜ່ານມາ ແຂວງຊຽງຂວາງໄດ້ມີການພັດທະນາ ແລະ ຂະຫຍາຍຢ່າງວ່ອງໄວ ໂດຍສະເພາະແມ່ນການສ້າງຖະໜົນຫົນທາງ ແລະ ກິດຈະກຳການຂຸດຄົ້ນບໍ່ແຮ່ຕ່າງໆນັ້ນບາງຄັ້ງຍັງມີຜົນກະທົບ ແລະ ທຳລາຍໄຫຫີນບາງໜ່ວຍ


ແຕ່ປັດຈຸບັນ ຫຼັງຈາກທີ່ທົ່ງໄຫຫີນໄດ້ຮັບສະຖານະກາຍເປັນສະຖານທີ່ມໍລະດົກໂລກຂອງອຸຍເນັດໂກ ທາງພາກສ່ວນຕ່າງໆທີ່ກ່ຽວຂ້ອງກໍຍິ່ງໄດ້ເຂົ້າມາເບິ່ງແຍງທົ່ງໄຫຫີນດັ່ງກ່າວຫຼາຍຂຶ້ນຫຼາຍ



ຂໍ້ມູນ: 

  • ພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວແຂວງຊຽງຂວາງ

  • ສູນວາງສະແດງສິ່ງເສດເຫຼືອສົງຄາມ ແລະ ຂໍ້ມູນຂ່າວສານການທ່ອງທ່ຽວ


#Laos #Xiengkhouang #ລາວທ່ຽວລາວ













Comments